Skip to main content

ຂ້ອຍຄວນເຮັດແນວໃດຫາກກະແຈການເຂົ້າເຖິງຂອງຂ້ອຍບໍ່ສາມາດໃຊ້ໄດ້?

ຫາກທ່ານໄດ້ຮັບຂໍ້ຄວາມສະແດງຂໍ້ຜິດພາດ: “ເບິ່ງຄືວ່າກະແຈການເຂົ້າເຖິງຂອງທ່ານບໍ່ຖືກຕ້ອງ. ຫາກເກີດເຫດການແບບນີ້ຂຶ້ນອີກ, ກະລຸນາຕິດຕໍ່ຜູ້ຈັດການບໍລິການຂອງທ່ານ”. ປະຕິບັດຕາມຂັ້ນຕອນລຸ່ມນີ້ເພື່ອແກ້ບັນຫາ:

  1. ກວດສອບໃຫ້ໝັ້ນໃຈວ່າທ່ານລະບຸກະແຈການເຂົ້າເຖິງເຕັມຮູບແບບ, ໂດຍຕ້ອງມີ “ss://” ທີ່ເປັນຕົວອັກສອນ 5 ຕົວທຳອິດນຳ, ເຊິ່ງລະບົບອາດບໍ່ສຳເນົາໄປໃສ່ຄລິບບອດໂດຍອັດຕະໂນມັດ. ຕົວຢ່າງກະແຈການເຂົ້າເຖິງເຕັມຮູບແບບມີດັ່ງນີ້ (ເປັນພຽງແຕ່ຕົວຢ່າງ; ບໍ່ສາມາດນຳໃຊ້ແທ້ໄດ້):
ss://[email protected]:39485/?outline=1
  1. ຫາກທ່ານບໍ່ສາມາດສຳເນົາກະແຈການເຂົ້າເຖິງໄປໃສ່ຄລິບບອດຂອງທ່ານໄດ້, ສາເຫດແມ່ນອາດເນື່ອງມາຈາກແອັບຮັບສົ່ງຂໍ້ຄວາມ ຫຼື ແພລດຟອມຂອງທ່ານ. ກໍລະນີນີ້ມັກເກີດຂຶ້ນເມື່ອທ່ານໄດ້ຮັບຂໍ້ຄວາມຈາກບຸກຄົນທີ່ບໍ່ໄດ້ຢູ່ໃນລາຍຊື່ຜູ້ຕິດຕໍ່ຂອງທ່ານ. ຫາກທ່ານສຳເນົາລະຫັດຈາກຂໍ້ຄວາມ, ກະລຸນາກວດສອບໃຫ້ໝັ້ນໃຈວ່າໄດ້ເພີ່ມຜູ້ສົ່ງໃສ່ໃນລາຍຊື່ຜູ້ຕິດຕໍ່ຂອງທ່ານແລ້ວ, ຈາກນັ້ນລອງເຂົ້າເຖິງລິ້ງອີກຄັ້ງ.
  2. ຫາກທ່ານປະຕິບັດຕາມຂັ້ນຕອນທີ 1 ແລະ 2 ສຳເລັດແລ້ວ ແຕ່ຍັງໄດ້ຮັບຂໍ້ຄວາມສະແດງຂໍ້ຜິດພາດ, ສາເຫດແມ່ນອາດເນື່ອງມາຈາກເຊີບເວີຖືກບລັອກ ຫຼື ກະແຈການເຂົ້າເຖິງດັ່ງກ່າວໃຊ້ບໍ່ໄດ້ອີກຕໍ່ໄປ. ຫາກທ່ານແມ່ນຜູ້ຈັດການບໍລິການ, ກະລຸນາລອງສ້າງກະແຈໃໝ່ສຳລັບທ່ານເອງ. ຫາກບໍ່ແມ່ນ, ກະລຸນາຕິດຕໍ່ຜູ້ຈັດການບໍລິການຂອງທ່ານເພື່ອຂໍກະແຈໃໝ່.