Skip to main content

ເປັນຫຍັງຂ້ອຍຈຶ່ງບໍ່ສາມາດຕິດຕັ້ງລູກຂ່າຍ Outline ໃນ Windows ໄດ້?

ທ່ານອາດເຫັນຂໍ້ຄວາມສະແດງຂໍ້ຜິດພາດນີ້: “ຂໍອະໄພ, ເບິ່ງຄືວ່າ Outline ບໍ່ໄດ້ຮັບການຕິດຕັ້ງຢ່າງຖືກຕ້ອງ. ກະລຸນາລອງຕິດຕັ້ງອີກຄັ້ງ. ຫາກບໍ່ໄດ້ຜົນ, ກະລຸນາ ສົ່ງຄຳຕິຊົມ”.

ຫາກທ່ານໃຊ້ Outline ໃນ Windows, ບາງຄັ້ງທ່ານອາດພົບຂໍ້ຜິດພາດທີ່ບໍ່ຄາດຄິດ. ໃນກໍລະນີສ່ວນໃຫຍ່, ທ່ານຈະຕ້ອງລຶບອະແດັບເຕີ (ໄດຣເວີ) Outline TAP ແລະ ຄວນຕິດຕັ້ງ Outline ຄືນໃໝ່.

ຂັ້ນຕອນອາດແຕກຕ່າງກັນໄປຕາມເວີຊັນຂອງລະບົບປະຕິບັດການ Windows ຂອງທ່ານ, ແຕ່ທາງລຸ່ມນີ້ແມ່ນຂັ້ນຕອນທົ່ວໄປສຳລັບວິທີຖອນການຕິດຕັ້ງອະແດັບເຕີ TAP ແລະ Outline, ຈາກນັ້ນຈຶ່ງຕິດຕັ້ງ Outline ຄືນໃໝ່.

  1. ຖອນການຕິດຕັ້ງອະແດັບເຕີ TAP ສຳລັບລູກຂ່າຍ Outline
    • ເຂົ້າໄປ ຕົວຈັດການອຸປະກອນ, ຈາກນັ້ນເຂົ້າໄປ ອະແດັບເຕີເຄືອຂ່າຍ
    • ຊອກຫາໄຟລ໌ TAP-Windows Adapter V9 ຫຼື ອະແດັບເຕີ TAP ທີ່ເຊື່ອມໂຍງກັບ Outline
    • ຖອນການຕິດຕັ້ງ ຫຼື ລຶບອະແດັບເຕີນີ້. ກະລຸນາຮັບຊາບວ່າການດຳເນີນການນີ້ອາດສົ່ງຜົນຕໍ່ແອັບ VPN ອື່ນໆທີ່ທ່ານຕິດຕັ້ງໄວ້.
  2. ຖອນການຕິດຕັ້ງລູກຂ່າຍ Outline
    • ເຂົ້າໄປ ໂປຣແກຣມ ແລະ ຄຸນສົມບັດ, ຈາກນັ້ນເຂົ້າໄປ ຖອນການຕິດຕັ້ງໂປຣແກຣມ
    • ຊອກຫາແອັບລູກຂ່າຍ Outline ແລະ ຖອນການຕິດຕັ້ງແອັບດັ່ງກ່າວ
    • ດາວໂຫຼດລູກຂ່າຍ Outline ເວີຊັນຫຼ້າສຸດ ແລ້ວຕິດຕັ້ງຄືນໃໝ່ໃນອຸປະກອນ Windows ຂອງທ່ານ. ເຊິ່ງການຕິດຕັ້ງດັ່ງກ່າວຈະເຮັດໃຫ້ລະບົບຕິດຕັ້ງອະແດັບເຕີ TAP ໃໝ່ໂດຍອັດຕະໂນມັດ.

ຫາກທ່ານຍັງປະສົບບັນຫາຢູ່, ກະລຸນາ ຕິດຕໍ່ທີມງານຊ່ວຍເຫຼືອ.