Skip to main content

ເປັນຫຍັງຂ້ອຍຈຶ່ງບໍ່ສາມາດເຊື່ອມຕໍ່ກັບບໍລິການ Outline ໄດ້?

ເຫດຜົນບາງປະການທີ່ທ່ານບໍ່ສາມາດເຊື່ອມຕໍ່ກັບບໍລິການ Outline ໄດ້ມີດັ່ງນີ້:

ບັນຫາການເຊື່ອມຕໍ່ອິນເຕີເນັດ:

ວິທີທົດສອບ:

ປິດ Outline ແລະ ເບິ່ງວ່າການເຊື່ອມຕໍ່ອິນເຕີເນັດຂອງທ່ານໄດ້ຮັບການກູ້ຄືນມາແລ້ວຫຼືບໍ່.

  • ຖ້າແມ່ນ, ໃຫ້ເບິ່ງຕົວເລືອກການແກ້ໄຂບັນຫາເພີ່ມເຕີມຂ້າງລຸ່ມນີ້.
  • ຫາກອິນເຕີເນັດບໍ່ກັບຄືນມາ, ໃຫ້ລໍຖ້າໜ້ອຍໜຶ່ງເພື່ອເບິ່ງວ່າການຕັ້ງຄ່າການເຊື່ອມຕໍ່ຂອງທ່ານອັບເດດເອງແລ້ວຫຼືບໍ່.

ວິທີແກ້ໄຂ:

ວິທີເຮັດໃຫ້ອຸປະກອນຂອງທ່ານກັບມາອອນລາຍອີກຄັ້ງມີດັ່ງນີ້:

  1. ກວດເບິ່ງອຸປະກອນອື່ນເພື່ອເບິ່ງວ່າມັນສາມາດເຊື່ອມຕໍ່ກັບເຄືອຂ່າຍດຽວກັນໄດ້. ຫາກອຸປະກອນເຄື່ອງອື່ນກໍບໍ່ສາມາດອອນລາຍໄດ້, ສະແດງວ່າເຄືອຂ່າຍອາດຫຼົ້ມຢູ່ ແລະ ທ່ານຈະຕ້ອງລໍຖ້າໃຫ້ເຄືອຂ່າຍກັບມາເຮັດວຽກ ຫຼື ແກ້ບັນຫາເຄືອຂ່າຍ.
  2. ຫາກອຸປະກອນເຄື່ອງອື່ນສາມາດເຊື່ອມຕໍ່ເຄືອຂ່າຍດຽວກັນໄດ້, ໃຫ້ທ່ານລອງໃຊ້ວິທີຕໍ່ໄປນີ້ຢ່າງໜ້ອຍ 1 ວິທີເພື່ອເຮັດໃຫ້ອຸປະກອນກັບມາອອນລາຍອີກຄັ້ງ:
    1. ເປີດໂໝດຢູ່ໃນຍົນໃນອຸປະກອນ (ໂທລະສັບມືຖື)
    2. ຣີສະຕາດອຸປະກອນ
    3. ປິດອຸປະກອນແລ້ວລໍຖ້າ 2 ນາທີ, ຈາກນັ້ນເປີດອຸປະກອນອີກຄັ້ງ

ບັນຫາ firewall ເຄືອຂ່າຍ:

ວິທີທົດສອບ:

  1. ຍົກເລີກການເຊື່ອມຕໍ່ Wi-Fi ຫຼື ເຄືອຂ່າຍແບບໃຊ້ສາຍທີ່ກຳລັງໃຊ້ຢູ່ຂອງທ່ານ.
  2. ເຊື່ອມຕໍ່ກັບເຄືອຂ່າຍອື່ນ ເຊັ່ນ: ເຄືອຂ່າຍມືຖື
  3. ລອງເຊື່ອມຕໍ່ກັບເຊີບເວີ Outline ອີກຄັ້ງ

ຫາກທ່ານສາມາດເຊື່ອມຕໍ່ໄດ້ໃນຂະນະທີ່ໃຊ້ເຄືອຂ່າຍອື່ນ, ສະແດງວ່າບັນຫາເກີດຂຶ້ນທາງຝັ່ງຂອງທ່ານ.

ວິທີແກ້ໄຂ:

ຕິດຕໍ່ຜູ້ຈັດການບໍລິການ ແລະ ຮ້ອງຂໍສິດເຂົ້າເຖິງເຊີບເວີ Outline ຂອງທ່ານຈາກເຂົາເຈົ້າ ຫຼື ໃຊ້ເຄືອຂ່າຍອື່ນຕໍ່ໄປແທນ.

ບັນຫາ firewall ຫຼື ຊອບແວປ້ອງກັນໄວຣັສ:

ວິທີທົດສອບ:

ລອງເຊື່ອມຕໍ່ກັບ Outline ຈາກອຸປະກອນອື່ນ.

ໝາຍເຫດ: ກະລຸນາຮັບຊາບວ່າທ່ານຈະຕ້ອງມີກະແຈການເຂົ້າເຖິງ ແລະ ແອັບ Outline ຈຶ່ງຈະໃຊ້ Outline ໃນອຸປະກອນອື່ນໄດ້.

ວິທີແກ້ໄຂ:

ກວດສອບການຕັ້ງຄ່າ firewall ຫຼື ຊອບແວປ້ອງກັນໄວຣັສຂອງທ່ານເພື່ອໃຫ້ແນ່ໃຈວ່າການຕັ້ງຄ່ານັ້ນອະນຸຍາດໃຫ້ຮັບສົ່ງຂໍ້ມູນຜ່ານ VPN ແລະ Outline ໄດ້.

ການຕັ້ງຄ່າອຸປະກອນ:

ວິທີກວດສອບ:

ສຳລັບ Android:

  1. ເປີດແອັບການຕັ້ງຄ່າ.
  2. ຊອກຫາ ການຕັ້ງຄ່າ VPN ໃນອຸປະກອນຂອງທ່ານ. (ການຕັ້ງຄ່າ VPN ຈະສະແດງແອັບ VPN ທັງໝົດທີ່ເຂົ້າເຖິງໂທລະສັບຂອງທ່ານໄດ້ໃນປັດຈຸບັນ.)
  3. ຫາກທ່ານບໍ່ເຫັນ Outline ໃນການຕັ້ງຄ່າ VPN, ໃຫ້ຖອນການຕິດຕັ້ງ Outline ແລະ ຕິດຕັ້ງຄືນໃໝ່. ເມື່ອຕິດຕັ້ງແລ້ວ, Outline ຈະໄດ້ຮັບສິດເຂົ້າເຖິງຈາກອຸປະກອນໂດຍອັດຕະໂນມັດ.

ກວດສອບໃຫ້ແນ່ໃຈວ່າທ່ານບໍ່ໄດ້ຕິດຕັ້ງແອັບພລິເຄຊັນການຊ້ອນໜ້າຈໍໃດໆໃນອຸປະກອນ Android ຂອງທ່ານ, ເນື່ອງຈາກການດຳເນີນການດັ່ງກ່າວອາດສົ່ງໜ້າຈໍການອະນຸຍາດ Outline ໄປຫາພື້ນຫຼັງ ເຊິ່ງເຮັດໃຫ້ບໍ່ສາມາດເບິ່ງເຫັນໄດ້ໃນພື້ນໜ້າ.

ໃນອຸປະກອນ Android ຂອງທ່ານ, ໃຫ້ເຂົ້າໄປການຕັ້ງຄ່າ > ແອັບ > ສິດເຂົ້າເຖິງແອັບພິເສດ. ຈາກນັ້ນແຕະ ‘ສະແດງທັບແອັບອື່ນໆ’. ໂດຍທ່ານສາມາດລຶບສິດເຂົ້າເຖິງອອກສຳລັບແອັບໃດກໍຕາມທີ່ອະນຸຍາດການດຳເນີນການດັ່ງກ່າວໄດ້.

ສຳລັບ iOS: ກະລຸນາອ່ານບົດຄວາມຊ່ວຍເຫຼືອນີ້.

ບັນຫາກ່ຽວກັບເຊີບເວີ:

ວິທີທົດສອບ:

ຫາກທ່ານມີສິດເຂົ້າເຖິງເຊີບເວີໄດ້ຫຼາຍກວ່າ 1 ເຄື່ອງ, ໃຫ້ລອງເຊື່ອມຕໍ່ກັບເຊີບເວີອື່ນ.

ວິທີແກ້ໄຂ:

ຕິດຕໍ່ຜູ້ຈັດການບໍລິການຂອງທ່ານເພື່ອເບິ່ງວ່າເຊີບເວີຖືກທຳລາຍໄປແລ້ວຫຼືບໍ່. ຫາກຖືກທຳລາຍແລ້ວ, ໃຫ້ຂໍກະແຈການເຂົ້າເຖິງ ໄປຫາເຊີບເວີອື່ນ.

ຫາກທ່ານເປັນຜູ້ຕັ້ງຄ່າເຊີບເວີເອງ, ໃຫ້ລອງເຊື່ອມຕໍ່ກັບເຊີບເວີຜ່ານ Outline Manager ຫຼື ໃຊ້ວິທີອື່ນ ເຊັ່ນ:SSH. ຫາກບໍ່ໄດ້ຜົນ, ທ່ານສາມາດລອງກວດສອບຄອນໂຊນຂອງຜູ້ໃຫ້ບໍລິການຄລາວ (ຫາກມີ) ເພື່ອເບິ່ງວ່າເຊີບເວີຍັງອອນລາຍຢູ່ຫຼືບໍ່.