ເປັນຫຍັງຂ້ອຍຈຶ່ງບໍ່ສາມາດເຂົ້າເຖິງອິນເຕີເນັດໄດ້, ເຖິງແມ່ນວ່າຂ້ອຍຈະເຊື່ອມຕໍ່ກັບເຊີບເວີ Outline ແລ້ວກໍຕາມ?
ຫາກທ່ານໃຊ້ໂທລະສັບມືຖື, ໃຫ້ລອງສະຫຼັບໃຊ້ລະຫວ່າງອິນເຕີເນັດມືຖື ແລະ ການເຊື່ອມຕໍ່ Wi-Fi. ເນື່ອງຈາກບາງຄັ້ງການເຊື່ອມຕໍ່ບາງປະເພດອາດໃຊ້ບໍ່ໄດ້. ຫາກທ່ານໃຊ້ຄອມພິວເຕີ, ໃຫ້ລອງຍົກເລີກການເຊື່ອມຕໍ່ຈາກບຣອດແບນ ແລະ ເຊື່ອມຕໍ່ຄືນໃໝ່.
ຫາກທ່ານຍັງປະສົບບັນຫາຢູ່, ສາເຫດແມ່ນອາດເນື່ອງມາຈາກເຊີບເວີ Outline ຂອງທ່ານມີບັນຫາ. ກະລຸນາຕິດຕໍ່ຜູ້ຈັດການຝ່າຍບໍລິການ ຂອງທ່ານເພື່ອຂໍກະແຈການເຂົ້າເຖິງໃໝ່ສຳລັບເຊີບເວີອື່ນ. ນອກຈາກນີ້, ຜູ້ຈັດການຝ່າຍບໍລິການອາດເພີ່ມຂີດຈຳກັດຂອງຂໍ້ມູນໃນhttps://google-jigsaw--jigsawuat.sandbox.my.site.com/outline/s/article/Terminology[ກະແຈການເຂົ້າເຖິງ](/about/terminology) ຂອງທ່ານໄດ້ຫາກຂີດຈຳກັດຂອງກະແຈເກີນໂຄຕ້າແລ້ວ.