ວິທີການເຮັດວຽກຂອງ Outline
ການຕິດຕັ້ງເຊີບເວີ
ເຖິງແມ່ນວ່າການຕິດຕັ້ງ Outline ອາດເບິ່ງຄືງ່າຍ, ແຕ່ຄວາມຈິງແລ້ວມີຂັ້ນຕອນທີ່ຊັບຊ້ອນເກີດຂຶ້ນຢູ່ເບື້ອງຫຼັງຫຼາຍຢ່າງໃນການຕິດຕັ້ງເຊີບເວີຂອງທ່ານ. ເມື່ອໃດກໍຕາມທີ່ມີການຕິດຕັ້ງ Outline, ສະຄຣິບການຕິດຕັ້ງຈະເອີ້ນໃຊ້ຂັ້ນຕອນຕໍ່ໄປນີ້:
- ລະບົບຈະດຶງຂໍ້ມູນ ແລະ ນຳເຂົ້າຮູບ Shadowbox ເວີຊັນສະຖຽນໂດຍໃຊ້ Docker. ລະບົບຈະຝາກຮູບດັ່ງກ່າວໄວ້ຢູ່ Quay.io, ໃນ https://quay.io/repository/outline/shadowbox?tab=tags. ຮູບນີ້ຈະປະກອບດ້ວຍເຊີບເວີ Outline ແລະ API ການຈັດການເຊິ່ງແອັບພລິເຄຊັນການຈັດການເຊີບເວີ Outline ຈະນຳໄປໃຊ້ໃນພາຍຫຼັງເພື່ອສ້າງ ແລະ ລຶບກະແຈການເຂົ້າເຖິງອອກ, ເລືອກໃຊ້/ບໍ່ໃຊ້ການລາຍງານການວັດແທກທີ່ບໍ່ລະບຸຕົວຕົນ ແລະ ອື່ນໆ.
- Watchtower ຈະໄດ້ຮັບການຕິດຕັ້ງ ແລະ ຕັ້ງຄ່າເພື່ອກວດສອບການອັບເດດຮູບທຸກໆຊົ່ວໂມງເພື່ອໃຫ້ໝັ້ນໃຈໄດ້ວ່າເຊີບເວີ Outline ທຸກເຄື່ອງຈະໄດ້ຮັບການອັບເດດຄຸນສົມບັດ ແລະ ການປັບປຸງການຮັກສາຄວາມປອດໄພເວີຊັນຫຼ້າສຸດຢູ່ສະເໝີ.
- ເວັບເຊີບເວີທີ່ໃຊ້ເຂົ້າເຖິງ API ການຈັດການຈະເລີ່ມຕົ້ນເຮັດວຽກໃນຜອດແບບສຸ່ມໃນເສັ້ນທາງລັບ ແລະ ສຸ່ມ.
- ລະບົບຈະສ້າງ ໃບຮັບຮອງ SSL ແບບເຊັນດ້ວຍຕົນເອງ ຂຶ້ນເພື່ອໃຫ້ສາມາດເຂົ້າລະຫັດການຈັດການເຊີບເວີ Outline ໄດ້ໂດຍໃຊ້ TLS ເຖິງແມ່ນວ່າຈະບໍ່ມີຊື່ໂດເມນກໍຕາມ. ນອກຈາກນີ້, ລະບົບຍັງຈະສ້າງລາຍນິ້ວມືທີ່ບໍ່ຊ້ຳກັນຂອງໃບຮັບຮອງນີ້ ແລະ ຈັດເກັບໄວ້ໃນແອັບພລິເຄຊັນ Outline Manager, ເຊິ່ງຊ່ວຍປ້ອງກັນຈາກການໂຈມຕີແບບ MITM.
ເມື່ອຕິດຕັ້ງ Outline ແລ້ວບໍ່ຈຳເປັນຕ້ອງຕັ້ງຄ່າໃດໆຫຼັງຈາກການຕິດຕັ້ງ.
ຄວາມປອດໄພຂອງເຊີບເວີ
ຊອບແວ Outline ເປັນຊອບແວໂອເພນຊອດ, ເຊິ່ງໝາຍຄວາມວ່າທຸກຄົນສາມາດເຫັນ ແລະ ປັບປຸງໂຄດໄດ້ຫາກພົບຊ່ອງຫວ່າງໃດໆ. ເຊິ່ງພວກເຮົາຝາກໂຄດໄວ້ຢູ່ GitHub.
ນອກຈາກນີ້, ເຊີບເວີ Outline ທີ່ຕິດຕັ້ງທັງໝົດຈະໄດ້ຮັບການອັບເດດໂດຍອັດຕະໂນມັດທຸກເທື່ອທີ່ມີການເປີດໂຕເວີຊັນໃໝ່ເພື່ອໃຫ້ໝັ້ນໃຈໄດ້ວ່າຈະບໍ່ມີເຊີບເວີ Outline ໃດໃຊ້ຊອບແວເວີຊັນເກົ່າ.
ແອັບພລິເຄຊັນ Outline Manager ຈະໂຕ້ຕອບກັບບໍລິການການຈັດການໃນເຊີບເວີ Outline ເພື່ອຈັດການກະແຈການເຂົ້າເຖິງໃນເຊີບເວີດັ່ງກ່າວ. ໂດຍບໍລິການການຈັດການຈະເຮັດວຽກໃນຜອດແບບສຸ່ມ ຮວມທັງໃນເສັ້ນທາງລັບ ແລະ ບໍ່ຊ້ຳກັນ. ບໍລິການການຈັດການແມ່ນມີຄວາມຕ້ານທານຕໍ່ການເຈາະຂໍ້ມູນ ເນື່ອງຈາກມັນບໍ່ຕອບສະໜອງຕໍ່ການສອບຖາມເວັ້ນເສຍແຕ່ໄດ້ກໍານົດເສັ້ນທາງລັບທີ່ເໝາະສົມໄວ້ແລ້ວ. ສຸດທ້າຍ, ການສື່ສານທັງໝົດກັບບໍລິການການຈັດການຈະໄດ້ຖືກເຂົ້າລະຫັດດ້ວຍ ໃບຮັບຮອງ SSL ແບບເຊັນດ້ວຍຕົນເອງ.
ນອກຈາກນີ້, ເຊີບເວີ Outline ຈະບໍ່ຈັດເກັບບັນທຶກໃດໆ, ດັ່ງນັ້ນເຖິງແມ່ນວ່າຈະຖືກຮຸກຮານແຕ່ກໍຈະບໍ່ມີການເປີດເຜີຍຂໍ້ມູນຜູ້ໃຊ້. ສຶກສາເພີ່ມເຕີມໄດ້ ບ່ອນນີ້. Outline ໄດ້ຮັບການກວດສອບໂດຍ Radically Open Security ແລະ Cure53 ໃນປີ 2018. ເບິ່ງລາຍງານໄດ້ ບ່ອນນີ້.
ການຈັດການການຮັບສົ່ງຂໍ້ມູນ UDP
Outline ສາມາດນຳໃຊ້ໄດ້ໃນຮູບແບບ VPN ທົ່ວທັງລະບົບ, ເຊິ່ງໝາຍຄວາມວ່າການຮັບສົ່ງຂໍ້ມູນ UDP ທັງໝົດຈະສົ່ງຜ່ານເຊີບເວີ Outline.
ການຮັບສົ່ງຂໍ້ມູນ DNS
Outline ຈະດຳເນີນການຊອກຫາ DNS ທັງໝົດຜ່ານເຊີບເວີ Outline ແລະ ປົກປ້ອງການຊອກຫາເຫຼົ່ານັ້ນໂດຍໃຊ້ການເຂົ້າລະຫັດແບບດຽວກັນກັບທີ່ໃຊ້ໃນການເຄື່ອນໄຫວເຄືອຂ່າຍອື່ນໆທັງໝົດ. ລະບົບຈະສົ່ງຄຳຊອກຫາ DNS ຂອງທ່ານໄປຫາ Dyn Internet Guide, OpenDNS, Cloudflare DNS ຫຼື Quad9 DNS ໂດຍຜ່ານເຊີບເວີ Outline. Outline ຈະບໍ່ບັນທຶກການຊອກຫາ DNS ຂອງທ່ານ.