ຂ້ອຍຈະຕັ້ງຄ່າຂີດຈຳກັດຂອງຂໍ້ມູນໃນກະແຈການເຂົ້າເຖິງໄດ້ແນວໃດ?
ທ່ານສາມາດຕັ້ງຄ່າຂີດຈຳກັດຂອງຂໍ້ມູນເຊິ່ງຈະມີຜົນກັບກະແຈການເຂົ້າເຖິງທັງໝົດໄດ້. ເພື່ອຕັ້ງຄ່າຂີດຈຳກັດ, ໃຫ້ເປີດ Outline Manager ແລະ ນຳທາງໄປຫາການຕັ້ງຄ່າ. ໂດຍທ່ານຈະເຫັນປຸ່ມສະຫຼັບຂີດຈຳກັດຂອງຂໍ້ມູນເຊິ່ງເມື່ອເປີດການນຳໃຊ້ແລ້ວ, ຈະຊ່ວຍໃຫ້ທ່ານຕັ້ງຄ່າຂີດຈຳກັດໄດ້.

ເມື່ອທ່ານຕັ້ງຂີດຈຳກັດແລ້ວ, ທ່ານຈະສາມາດເບິ່ງເຫັນໄດ້ວ່າຜູ້ໃຊ້ແຕ່ລະຄົນເຂົ້າໃກ້ຂີດຈຳກັດຫຼາຍປານໃດຢູ່ໜ້າກະແຈສິດເຂົ້າເຖິງ, ເຊິ່ງຈະມີກຣາບແບບແຖບສະແດງການນຳໃຊ້ໃນຮອບ 30 ມື້ທີ່ຜ່ານມາ.

ນອກຈາກການຕັ້ງຄ່າຂີດຈຳກັດສຳລັບກະແຈການເຂົ້າເຖິງທັງໝົດຂອງທ່ານແລ້ວ, ທ່ານຍັງສາມາດກຳນົດຂີດຈຳກັດຂອງຂໍ້ມູນໃຫ້ກັບກະແຈແຕ່ລະລາຍການໄດ້ນຳ. ການຕັ້ງຄ່ານີ້ຈະຍົກເລີກຂີດຈຳກັດຂອງຂໍ້ມູນຄ່າເລີ່ມຕົ້ນໃດໆທີ່ທ່ານເຄີຍຕັ້ງໄວ້, ແຕ່ຫາກທ່ານບໍ່ໄດ້ຕັ້ງຄ່າຂີດຈຳກັດຂອງຂໍ້ມູນຄ່າເລີ່ມຕົ້ນໄວ້, ທ່ານຍັງຄົງສາມາດຕັ້ງຄ່າຂີດຈຳກັດຂອງຂໍ້ມູນສຳລັບກະແຈໃດໆໄດ້ຢູ່.
ເພື່ອຕັ້ງຄ່າຂີດຈຳກັດການໂອນຍ້າຍຂໍ້ມູນຂອງກະແຈ, ໃຫ້ເປີດ Outline Manager, ແລ້ວນຳທາງໄປຫາແຖບການເຊື່ອມຕໍ່ທີ່ມີກະແຈທີ່ທ່ານຕ້ອງການຕັ້ງຄ່າ, ຈາກນັ້ນຄລິກເມນູຢູ່ເບື້ອງຂວາຂອງແຖວຂອງກະແຈ. ຈາກບ່ອນນັ້ນ, ໃຫ້ຄລິກໃສ່ຂີດຈໍາກັດຂໍ້ມູນ. ເພື່ອປ່ຽນຂີດຈຳກັດຂໍ້ມູນໃນ "ກະແຈການເຂົ້າເຖິງຂອງຂ້ອຍ", ໃຫ້ຄລິກທີ່ໄອຄອນຂີດຈຳກັດຂໍ້ມູນ .

ເລືອກການຕັ້ງຄ່າຂີດຈຳກັດຂໍ້ມູນແບບກໍານົດເອງ. ເມື່ອທ່ານເລືອກກ່ອງໝາຍນີ້ແລ້ວ, ຊ່ອງຂໍ້ມູນຈະປາກົດຂຶ້ນບ່ອນທີ່ທ່ານສາມາດຕັ້ງຄ່າຂີດຈຳກັດຂໍ້ມູນແບບກຳນົດເອງສຳລັບກະແຈນັ້ນ. ຄລິກທີ່ປຸ່ມບັນທຶກເມື່ອທ່ານເຮັດສຳເລັດແລ້ວເພື່ອບັນທຶກຂີດຈຳກັດຂໍ້ມູນ.

ເມື່ອທ່ານໄດ້ບັນທຶກຂີດຈໍາກັດການໂອນຂໍ້ມູນຂອງທ່ານສໍາລັບກະແຈທີ່ເລືອກແລ້ວ, ຂີດຈໍາກັດຈະສະແດງຢູ່ໃນໜ້າຈໍຫຼັກ, ຄຽງຄູ່ກັບການນໍາໃຊ້ຂໍ້ມູນ (ໃນໄລຍະ 30 ມື້ທີ່ຜ່ານມາ) ສໍາລັບແຕ່ລະກະແຈ.
ເພື່ອລຶບຂີດຈຳກັດຂໍ້ມູນອອກຈາກກະແຈການເຂົ້າເຖິງ, ໃຫ້ນຳທາງໄປທີ່ກ່ອງໂຕ້ຕອບຂີດຈຳກັດຂໍ້ມູນຂອງກະແຈຄືເກົ່າ, ຍົກເລີກການເລືອກກ່ອງທີ່ມີປ້າຍກຳກັບ ຕັ້ງຄ່າຂີດຈຳກັດຂໍ້ມູນແບບກຳນົດເອງ ແລະ ຄລິກທີ່ປຸ່ມບັນທຶກ.

ຄຳຖາມທີ່ຖາມເລື້ອຍໆກ່ຽວກັບຂີດຈຳກັດຂອງຂໍ້ມູນ
ຂີດຈຳກັດຂອງຂໍ້ມູນຊ່ວງເວລາຫຼ້າສຸດ 30 ມື້ແມ່ນຫຍັງ?
ຂີດຈຳກັດຂອງຂໍ້ມູນຊ່ວງເວລາຫຼ້າສຸດ 30 ມື້ຈະສະຫຼຸບຂໍ້ມູນການນຳໃຊ້ຂອງກະແຈແຕ່ລະລາຍການໃນໄລຍະ 30 ມື້ທີ່ຜ່ານມາ ແລະ ຈຳກັດການນຳໃຊ້ກະແຈໃນໄລຍະເວລາດັ່ງກ່າວໃຫ້ຢູ່ພາຍໃຕ້ຂີດຈຳກັດ. ຜົນກໍຄືການນຳໃຊ້ກະແຈຈະບໍ່ເກີນຂີດຈຳກັດບໍ່ວ່າໃນໄລຍະເວລາ 30 ມື້ໃດກໍຕາມ, ໂດຍຮວມທັງເດືອນຕາມປະຕິທິນທີ່ມີຈຳນວນມື້ບໍ່ເກີນ 30 ມື້ນຳ. ເຊິ່ງໝາຍຄວາມວ່າປະລິມານຂໍ້ມູນທີ່ໃຊ້ໄດ້ຈະເພີ່ມຂຶ້ນໃນແຕ່ລະມື້ຕາມປະລິມານທີ່ໃຊ້ໄປເມື່ອ 31 ມື້ກ່ອນ.
ເປັນຫຍັງ Outline ຈຶ່ງໃຊ້ຂີດຈຳກັດຊ່ວງເວລາຫຼ້າສຸດ?
ຂີດຈຳກັດຊ່ວງເວລາຫຼ້າສຸດຈະໃຫ້ການຮັບປະກັນໃນໄລຍະເວລາ 30 ມື້, ເຊິ່ງໝາຍຄວາມວ່າຈະຕັ້ງຄ່າໄດ້ງ່າຍກວ່າຂີດຈຳກັດທີ່ເກີດຂຶ້ນເລື້ອຍໆ (ເຊັ່ນ: ມື້ທີ່ປັບແຕ່ງເອງໄດ້ຂອງເດືອນນັ້ນໆ) ໂດຍທີ່ມີການຮັບປະກັນໃນຮູບແບບທີ່ຄ້າຍກັນ. ນອກຈາກນີ້, ກໍຍັງກົງກັບການສະແດງປະລິມານການໃຊ້ຂໍ້ມູນ Outline ທີ່ມີຢູ່, ຮວມທັງເຄື່ອງມືທົ່ວໄປ ເຊັ່ນ: ບໍລິການວິເຄາະ ແລະ ສະຖິຕິຂອງເຊີບເວີນຳ.
ຂໍ້ມູນໃດແດ່ທີ່ຈະນັບຮວມໃນຂີດຈຳກັດຂອງຂໍ້ມູນ?
ຂໍ້ມູນຂາອອກຂອງກະແຈການເຂົ້າເຖິງແຕ່ລະລາຍການຈາກເຊີບເວີຈະຮວມຢູ່ໃນການນັບນຳ. ຫາກກ່າວໃຫ້ສະເພາະເຈາະຈົງກໍຄືເມື່ອຂໍ້ມູນທີ່ສົ່ງໃນນາມຂອງກະແຈເດີນທາງອອກຈາກເຊີບເວີ, ຮວມທັງຂໍ້ມູນທີ່ເດີນທາງກັບຄືນໄປຫາລູກຂ່າຍນຳ. ຕາມຕົວຈິງແລ້ວ, ສິ່ງນີ້ຄວນຈະສອດຄ່ອງຢ່າງໃກ້ຊິດກັບການຈະລາຈອນທີ່ສົ່ງຈາກກະແຈໄປຫາເຊີບເວີ ແລະ ກັບຄືນ, ດັ່ງນັ້ນພວກເຮົາຫວັງວ່າມັນຈະກົງກັບຕົວເລກຂອງຜູ້ໃຊ້ຂອງທ່ານ. ພວກເຮົາເລືອກໃຊ້ຂໍ້ມູນຂາອອກເນື່ອງຈາກຜູ້ໃຫ້ບໍລິການຄລາວທີ່ພວກເຮົາສຳຫຼວດຈະຮຽກເກັບເງິນຈາກຂໍ້ມູນສ່ວນນີ້.
ຜູ້ໃຊ້ຈະໄດ້ຮັບການແຈ້ງເຕືອນຫາກເຂົາເຈົ້າໃຊ້ຂໍ້ມູນເກີນຂີດຈຳກັດບໍ?
ຍັງບໍ່ໄດ້ໃນຕອນນີ້. ຜູ້ໃຫ້ບໍລິການຄລາວຈຳນວນຫຼາຍກຳນົດຂີດຈຳກັດ ເຊັ່ນ: 1 TB ຕະຫຼອດທັງເດືອນ, ເຊິ່ງສາມາດຮອງຮັບຜູ້ໃຊ້ໄດ້ 10 ຄົນໆລະ 100 GB ຫຼື 100 ຄົນໆລະ 10 GB. ສິ່ງເຫຼົ່ານີ້ແມ່ນຕົວເລກຂ້ອນຂ້າງຫຼວງຫຼາຍ ແລະ ພວກເຮົາບໍ່ໄດ້ຄາດຫວັງວ່າຜູ້ໃຊ້ຫຼາຍຄົນຈະໃຊ້ຮອດພວກມັນ. ພວກເຮົາຫວັງວ່າຜູ້ໃຊ້ຈະໄປຮອດຕົວຈັດການເຊີບເວີເມື່ອເຂົາເຈົ້າຮອດຂີດຈໍາກັດຂອງເຂົາເຈົ້າແລ້ວ. ແນວໃດກໍຕາມ, ພວກເຮົາຂໍຂອບໃຈສຳລັບຂໍ້ມູນເຈາະເລິກກ່ຽວກັບວິທີທີ່ການແຈ້ງເຕືອນອາດເປັນປະໂຫຍດຕໍ່ກໍລະນີການນຳໃຊ້ຂອງທ່ານ ແລະ ທ່ານສາມາດຕິດຕໍ່ພວກເຮົາໄດ້ບ່ອນນີ້.
ຜູ້ໃຊ້ຈະໄດ້ຮັບການແຈ້ງເຕືອນຫາກເຂົາເຈົ້າໃກ້ຮອດຂີດຈຳກັດຂອງຂໍ້ມູນຂອງຕົນເອງບໍ?
ປະລິມານຂໍ້ມູນໃໝ່ທີ່ຜູ້ໃຊ້ໃກ້ຮອດຂີດຈຳກັດຈະໄດ້ຮັບນັ້ນຈະແຕກຕ່າງກັນໄປໃນແຕ່ລະມື້ເນື່ອງຈາກຈະຂຶ້ນຢູ່ກັບການນຳໃຊ້ໃນໄລຍະ 30 ມື້ກ່ອນ. ພວກເຮົາຄິດວ່າຄຳເຕືອນອາດເຮັດໃຫ້ຜູ້ໃຊ້ປາຍທາງສັບສົນຫຼາຍກວ່າທີ່ຈະເປັນປະໂຫຍດ. ຫາກທ່ານມີຄຳຕິຊົມກ່ຽວກັບກໍລະນີນີ້, ກະລຸນາແຈ້ງໃຫ້ພວກເຮົາຮູ້ບ່ອນນີ້.
ຂ້ອຍຈະຣີເຊັດປະລິມານການນຳໃຊ້ຂໍ້ມູນຂອງຜູ້ໃຊ້ໄດ້ບໍ?
ບໍ່ໄດ້, ຂີດຈຳກັດຂອງຜູ້ໃຊ້ຈະຮວມການໃຊ້ຂໍ້ມູນໃນໄລຍະ 30 ມື້ທີ່ຜ່ານມາສະເໝີ. ແນວໃດກໍຕາມ, ທ່ານສາມາດເພີ່ມຂີດຈຳກັດຂອງຂໍ້ມູນສຳລັບກະແຈ ຫຼື ສ້າງກະແຈໃໝ່ໃຫ້ເຂົາເຈົ້າກໍໄດ້.
ເປັນຫຍັງຜູ້ໃຊ້ບາງສ່ວນຂອງຂ້ອຍຈຶ່ງເສຍສິດເຂົ້າເຖິງໃນທັນທີທີ່ຂ້ອຍເປີດການນຳໃຊ້ຂີດຈຳກັດຂອງຂໍ້ມູນ?
ຂີດຈຳກັດຂອງຂໍ້ມູນຈະອີງຕາມການໂອນຍ້າຍຂໍ້ມູນຂອງຜູ້ໃຊ້ໃນໄລຍະ 30 ມື້ກ່ອນໜ້ານີ້, ເຊິ່ງລະບົບຈະບັນທຶກຂໍ້ມູນນີ້ບໍ່ວ່າຈະເປີດການນຳໃຊ້ຂີດຈຳກັດຂອງຂໍ້ມູນໄວ້ຫຼືບໍ່. ເຊິ່ງອາດເປັນໄປໄດ້ວ່າຜູ້ໃຊ້ຜູ້ນັ້ນນຳໃຊ້ຂໍ້ມູນເກີນຂີດຈຳກັດໄປແລ້ວກ່ອນທີ່ຈະມີການບັງຄັບໃຊ້ຂີດຈຳກັດ. ນອກຈາກນີ້, ກະລຸນາຮັບຊາບວ່າລະບົບຈະບັງຄັບໃຊ້ຂີດຈຳກັດຂອງຂໍ້ມູນທຸກລາຍການ, ເຖິງແມ່ນວ່າຈະເປັນຕອນທີ່ປ່ຽນຂີດຈຳກັດຂອງຂໍ້ມູນຂອງກະແຈໃດກະແຈໜຶ່ງກໍຕາມ.
ຂ້ອຍຈະກຳນົດຂີດຈຳກັດຂອງທັງເຊີບເວີໄດ້ຫຼືບໍ່ ເຊັ່ນ: “1 TB ຕໍ່ 30 ມື້”?
ຍັງບໍ່ໄດ້ໃນຕອນນີ້. ກະລຸນາແຈ້ງຂໍ້ມູນເພີ່ມເຕີມກ່ຽວກັບກໍລະນີການນຳໃຊ້ຂອງທ່ານບ່ອນນີ້.
ຫາກມີຂີດຈຳກັດຂອງຂໍ້ມູນຄ່າເລີ່ມຕົ້ນ ແລະ ຂີດຈຳກັດຂອງຂໍ້ມູນໃນກະແຈໃດກະແຈໜຶ່ງໂດຍສະເພາະ, ລະບົບຈະບັງຄັບໃຊ້ຂີດຈຳກັດໃດ?
ຂີດຈຳກັດຂອງຂໍ້ມູນສະເພາະຂອງກະແຈນັ້ນໆຈະຍົກເລີກຂີດຈຳກັດຂອງຂໍ້ມູນຄ່າເລີ່ມຕົ້ນລາຍການໃດກໍຕາມທີ່ທ່ານຕັ້ງຄ່າໄວ້ (ຫາກມີ).
ຂ້ອຍຈະຕັ້ງຄ່າຂີດຈຳກັດຂອງຂໍ້ມູນສຳລັບກະແຈໃດກະແຈໜຶ່ງໂດຍສະເພາະໂດຍບໍ່ຕ້ອງຕັ້ງຄ່າຂີດຈຳກັດຂອງຂໍ້ມູນຄ່າເລີ່ມຕົ້ນໄດ້ບໍ?
ໄດ້. ການຕັ້ງຄ່າຂີດຈຳກັດຂອງຂໍ້ມູນໃນກະແຈໃດກະແຈໜຶ່ງບໍ່ຈຳເປັນຕ້ອງມີການກຳນົດຂີດຈຳກັດເລີ່ມຕົ້ນ. ຕົວຢ່າງ: ທ່ານສາມາດຕັ້ງຄ່າຂີດຈຳກັດໃນກະແຈທີ່ທ່ານຄິດວ່າອາດມີການແບ່ງປັນໃນວົງກວ້າງເພື່ອປ້ອງກັນບັນຫາຈາກການໂອນຍ້າຍຂໍ້ມູນຜ່ານກະແຈນັ້ນຫຼາຍເກີນໄປໄດ້.