Skip to main content

ຂ້ອຍຈະອັບເດດຊອບແວສຳລັບເຊີເວີ Outline ຂອງຂ້ອຍແນວໃດ?

ເຊີບເວີຂອງ Outline ຈະອັບເດດການປັບປຸງການຮັກສາຄວາມປອດໄພເວີຊັນຫຼ້າສຸດໂດຍອັດຕະໂນມັດເພື່ອໃຫ້ທ່ານໄດ້ນຳໃຊ້ເທັກໂນໂລຢີ Outline ຫຼ້າສຸດຢູ່ສະເໝີ. ຂະບວນການອັບເດດອັດຕະໂນມັດນີ້ເປີດການນຳໃຊ້ໂດຍ Watchtower, ເຊິ່ງເປັນຫ້ອງສະໝຸດແບບໂອເພນຊອດທີ່ກວດສອບ ແລະ ອັບເດດຮູບໃນ Docker ທີ່ມີຊອບແວ Outline ເປັນປະຈຳ.

ນອກຈາກນີ້, ເມື່ອທ່ານຕິດຕັ້ງ Outline ໂດຍໃຊ້ Outline Manager, ພວກເຮົາຈະຕັ້ງຄ່າວຽກ Cron ໃຫ້ອັບເກຣດຊອບແວໃນເຊີບເວີໂດຍອັດຕະໂນມັດໂດຍໃຊ້ ການອັບເກຣດໂດຍອັດຕະໂນມັດ (Ubuntu) ແລະ ປິດເປີດໃໝ່ເມື່ອຈຳເປັນ. ກະລຸນາຮັບຊາບວ່າຂະບວນການນີ້ຈະບໍ່ເກີດຂຶ້ນໃນໂໝດຂັ້ນສູງເພື່ອຮັກສາການຕັ້ງຄ່າທີ່ມີຢູ່ໄວ້, ໂດຍຖືວ່າມີການໃຊ້ໂຮສສຳລັບຈຸດປະສົງອື່ນໆນອກເໜືອຈາກການເອີ້ນໃຊ້ Outline.