Skip to main content

ຂ້ອຍຈະລຶບເຊີບເວີ Outline ຂອງຂ້ອຍແນວໃດ?

ການລຶບເຄື່ອງສະເໝືອນທີ່ທ່ານກຳລັງໃຊ້ຢູ່ອອກນັ້ນເປັນສິ່ງທີ່ງ່າຍດາຍສຳລັບຜູ້ໃຫ້ບໍລິການຄລາວສ່ວນໃຫຍ່.

ຫາກທ່ານກຳລັງໃຊ້ DigitalOcean ເປັນຜູ້ໃຫ້ບໍລິການຄລາວຂອງທ່ານ, ທ່ານສາມາດລຶບເຄື່ອງສະເໝືອນທີ່ມີຢູ່ຂອງທ່ານອອກໄດ້ໂດຍຄລິກໃສ່ປຸ່ມຮູບຟັນເຟືອງ ແລະ ເລືອກລຶບລ້າງເຊີບເວີ. ຫຼັງຈາກນັ້ນ, ລະບົບຈະແຈ້ງໃຫ້ທ່ານສ້າງເຄື່ອງສະເໝືອນໃໝ່ໃນສະຖານທີ່ທີ່ທ່ານຕ້ອງການໂດຍທັນທີ.

ຫາກທ່ານລຶບເຊີບເວີ Outline ອອກ, ລະບົບຈະລຶບເຊີບເວີດັ່ງກ່າວອອກຢ່າງຖາວອນ ແລະ ກະແຈການເຂົ້າເຖິງຈະໃຊ້ບໍ່ໄດ້ອີກຕໍ່ໄປ. ຫາກທ່ານບໍ່ຕ້ອງການໃຫ້ຜູ້ໃຊ້ພົບບັນຫາໃນການນຳໃຊ້ Outline, ທ່ານຈະຕ້ອງ ຕັ້ງຄ່າເຊີບເວີ Outline ໃໝ່ ແລະ ແບ່ງປັນສິດເຂົ້າເຖິງເຊີບເວີນັ້ນກ່ອນທີ່ຈະລຶບເຊີບເວີເກົ່າຂອງທ່ານ.