ຂ້ອຍຕ້ອງເຮັດແນວໃດຈຶ່ງຈະໄດ້ຮັບກະແຈການເຂົ້າເຖິງ?
Outline ບໍ່ຄືກັບບໍລິການ VPN ທີ່ທ່ານຈະຕ້ອງຈ່າຍເງິນຊື້ສິດເຂົ້າເຖິງ, ແຕ່ເປັນ ເຄື່ອງມື ທີ່ຊ່ວຍໃຫ້ທ່ານເອີ້ນໃຊ້ ແລະ ແບ່ງປັນສິດເຂົ້າເຖິງເຊີບເວີ VPN ສ່ວນຕົວໄດ້. ໂດຍ ຜູ້ຈັດການບໍລິການ ຈະເປັນບຸກຄົນດຽວທີ່ມອບກະແຈການເຂົ້າເຖິງໄດ້. ທີມງານ Outline ບໍ່ໄດ້ແຈກຢາຍກະແຈການເຂົ້າເຖິງທີ່ນຳໃຊ້ຟຣີ ຫຼື ແບບເສຍເງິນ. ພວກເຮົາບໍ່ມີຮຸ້ນສ່ວນກະແຈການເຂົ້າເຖິງ Outline ຢ່າງເປັນທາງການ, ຍົກເວັ້ນສຳລັບ Paskoocheh ໃນພາສາຟາຊີ.
ຕໍ່ໄປນີ້ແມ່ນ 3 ຕົວເລືອກໃນການຮັບກະແຈການເຂົ້າເຖິງ:
- ຂໍໃຫ້ຜູ້ໃດຜູ້ໜຶ່ງເຊີນທ່ານເຂົ້າເຊີບເວີຂອງເຂົາເຈົ້າ: ຫາກທ່ານຮູ້ຈັກບຸກຄົນທີ່ມີເຊີບເວີ Outline, ໃຫ້ຕິດຕໍ່ບຸກຄົນດັ່ງກ່າວ ແລະ ຂໍກະແຈການເຂົ້າເຖິງຈາກເຂົາເຈົ້າ.
- ສ້າງເຊີບເວີຂອງທ່ານເອງ: ໂດຍໃຊ້ຄອມພິວເຕີ Windows, Mac ຫຼື Linux, ໃຫ້ດາວໂຫຼດ Outline Manager ແລ້ວຕັ້ງຄ່າ ເຊີບເວີ Outline ສ່ວນຕົວຂອງທ່ານເອງ. ພວກເຮົາເຮັດໃຫ້ຂະບວນການນີ້ງ່າຍສຳລັບທຸກຄົນ, ໂດຍສະເພາະເມື່ອໃຊ້ຜ່ານຜູ້ໃຫ້ບໍລິການລະບົບຄລາວ DigitalOcean.
- ໃຊ້ບໍລິການຂອງ Outline ຫຼື Shadowsocks: ທ່ານຍັງສາມາດໃຊ້ລູກຂ່າຍ Outline ກັບບໍລິການຂອງພາກສ່ວນທີສາມທີ່ໃຊ້ໂປຣໂຕຄໍ Outline ຫຼື Shadowsocks ໄດ້ນຳ. ຕົວຢ່າງ:
- nthLink ໃຫ້ບໍລິການຟຣີໂດຍອີງຕາມ Outline, ເຊິ່ງເຮັດວຽກຮ່ວມກັບລູກຂ່າຍ Outline ເວີຊັນທີ່ຜ່ານການປັບແຕ່ງ.
- ASL19 ໃຫ້ບໍລິການ Outline ເວີຊັນທີ່ຜ່ານການປັບແຕ່ງທີ່ຊື່ BeePass ເຊັ່ນດຽວກັນກັບ Telegram Bot ເຊິ່ງມອບກະແຈການເຂົ້າເຖິງຟຣີສຳລັບເຊີບເວີ BeePass.
- ຜູ້ໃຊ້ພາສາຟາຊີຍັງສາມາດຂໍກະແຈການເຂົ້າເຖິງ Outline ຈາກ Paskoocheh ຂອງ ASL19 ໄດ້ເຊັ່ນກັນ.
ຫຼັງຈາກທີ່ດາວໂຫຼດແອັບລູກຂ່າຍ Outline ແລ້ວ, ໃຫ້ສຳເນົາ ແລະ ວາງ ກະແຈການເຂົ້າເຖິງ ຂອງທ່ານໃສ່ໃນລູກຂ່າຍ Outline ເພື່ອເຊື່ອມຕໍ່ກັບເຊີບເວີ Outline.