Skip to main content

ຄວາມປອດໄພ ແລະ ຄວາມເປັນສ່ວນຕົວໃນຂະນະທີ່ໃຊ້ Outline

ຄວາມປອດໄພ ແລະ ຄວາມເປັນສ່ວນຕົວໃນຂະນະທີ່ໃຊ້ Outline

ວິທີທີ່ Outline ປົກປ້ອງການສື່ສານອອນລາຍຂອງທ່ານ

ທຣາບຟິກອິນເຕີເນັດມີຄວາມສ່ຽງຕໍ່ການຖືກຕິດຕາມຫຼາຍທີ່ສຸດໃນຂະນະທີ່ຂໍ້ມູນເດີນທາງຜ່ານເຄືອຂ່າຍໃນພື້ນທີ່ ຫຼື ລະດັບປະເທດຂອງທ່ານ.

Outline ຈະຊ່ວຍໃຫ້ການສື່ສານຂອງທ່ານມີຄວາມເປັນສ່ວນຕົວໂດຍການເຂົ້າລະຫັດທຣາບຟິກອິນເຕີເນັດຂອງທ່ານໃນຂະນະທີ່ຂໍ້ມູນເດີນທາງພາຍໃນເຄືອຂ່າຍລະດັບປະເທດຂອງທ່ານ ແລະ ຄົງການເຂົ້າລະຫັດໄວ້ຈົນກວ່າການສື່ສານນັ້ນຈະຮອດເຊີບເວີ Outline. ເມື່ອການເຂົ້າເບິ່ງໄດ້ຖືກເຂົ້າລະຫັດດ້ວຍ Outline, ບຸກຄົນອື່ນທີ່ສັງເກດການຢູ່ໃນເຄືອຂ່າຍຈະບໍ່ສາມາດກວດສອບເວັບໄຊທີ່ທ່ານເຂົ້າເບິ່ງ ຫຼື ຂໍ້ມູນທີ່ທ່ານໂອນຍ້າຍໄດ້.

Outline ຍັງອາດຊ່ວຍໃຫ້ທ່ານກູ້ຄືນສິດເຂົ້າເຖິງເຄື່ອງມືການສື່ສານແບບຕົ້ນທາງໄປຫາປາຍທາງທີ່ປອດໄພເຊິ່ງປົກກະຕິອາດບໍ່ສາມາດເຂົ້າເຖິງໄດ້ໃນປະເທດຂອງທ່ານ.

ມາດຕະຖານການເຂົ້າລະຫັດ

Outline ຈະເຂົ້າລະຫັດການສື່ສານລະຫວ່າງອຸປະກອນຂອງທ່ານກັບເຊີບເວີ Outline ໂດຍໃຊ້ການເຂົ້າລະຫັດ AEAD 256-bit Chacha2020 IETF Poly 1305. ການເຂົ້າລະຫັດ AEAD ຈະມອບການຮັກສາຄວາມລັບ, ຄວາມສົມບູນແບບ ແລະ ຄວາມຖືກຕ້ອງ, ຮວມທັງສະແດງປະສິດທິພາບທີ່ດີເລີດໃນຮາດແວສະໄໝໃໝ່.

ການກວດສອບຄວາມປອດໄພ

Outline ໄດ້ຮັບການກວດສອບໂດຍ Radically Open Security ແລະ Cure53 ໃນປີ 2018, ເຊິ່ງເປັນອົງກອນດ້ານຄວາມປອດໄພດິຈິຕອນອິດສະຫຼະທັງ 2 ແຫ່ງທີ່ກວດສອບຊອບແວກັບມາດຕະຖານຄວາມປອດໄພຫຼ້າສຸດ. Radically Open Security ໄດ້ດຳເນີນການກວດສອບເພີ່ມເຕີມໃນປີ 2022 ແລະ Cure53 ໄດ້ດຳເນີນການກວດສອບ Outline SDK ໃນປີ 2024. ທ່ານສາມາດອ່ານລາຍງານໄດ້ບ່ອນນີ້:

ການວັດແທກ ແລະ ບັນທຶກທີ່ບໍ່ລະບຸຕົວຕົນ

Outline ຈະຕິດຕາມແບນວິດທີ່ໃຊ້ເປັນ "ຈຳນວນໄບຕ໌ທີ່ໂອນຍ້າຍ" ສຳລັບກະແຈການເຂົ້າເຖິງແຕ່ລະລາຍການ. ຂໍ້ມູນນີ້ອະນຸຍາດໃຫ້ຜູ້ເບິ່ງແຍງລະບົບເຊີບເວີສາມາດປັບແກ້ການຕິດຕາມແບນວິດຂອງເຂົາເຈົ້າກັບຜູ້ໃຫ້ບໍລິການເຊີບເວີຄລາວຕາມຄວາມຕ້ອງການ, ແຕ່ບໍ່ອະນຸຍາດໃຫ້ເຂົາເຈົ້າເຫັນຂໍ້ມູນຕົວຈິງທີ່ຜ່ານເຊີບເວີ Outline.

ສຶກສາເພີ່ມເຕີມກ່ຽວກັບ ຂໍ້ມູນ ແລະ ການຮວບຮວມຂໍ້ມູນ ຂອງ Outline.


ຄຳຖາມທີ່ຖາມເລື້ອຍໆກ່ຽວກັບຄວາມປອດໄພ ແລະ ຄວາມເປັນສ່ວນຕົວ

Outline ສາມາດເຮັດໃຫ້ຂ້ອຍບໍ່ເປີດເຜີຍຕົວຕົນທາງອອນລາຍໄດ້ຫຼືບໍ່?

ບໍ່, Outline ບໍ່ແມ່ນເຄື່ອງມືປົກປິດຕົວຕົນ. Outline ປົກປ້ອງຄວາມເປັນສ່ວນຕົວຂອງທ່ານຈາກຜູ້ເບິ່ງເຄືອຂ່າຍທີ່ເປັນໄປໄດ້.

Outline ບໍ່ໄດ້ໃຫ້ຂໍ້ມູນທີ່ບໍ່ລະບຸຕົວຕົນແກ່ທ່ານໃນເວັບໄຊທີ່ທ່ານເຂົ້າເບິ່ງ, ເນື່ອງຈາກວ່າເຂົາເຈົ້າຍັງສາມາດລະບຸຕົວທ່ານໄດ້ໃນເວລາທີ່ທ່ານເຂົ້າສູ່ລະບົບ ແລະ ບາງຄັ້ງຜ່ານເທັກນິກຕ່າງໆ, ເຊັ່ນ: ການພິມລາຍນິ້ວມືໂປຣແກຣມທ່ອງເວັບ. ສໍາລັບແອັບມືຖື, ສະມາດໂຟນທີ່ທັນສະໄໝສ່ວນໃຫຍ່ມີ APIs ທີ່ອະນຸຍາດໃຫ້ແອັບຕິດຕັ້ງເພື່ອດຶງຂໍ້ມູນສະຖານທີ່ຂອງທ່ານທີ່ບໍ່ຂຶ້ນກັບພຣັອກຊີຂອງທ່ານເນື່ອງຈາກວ່າເຂົາເຈົ້າສາມາດອີງໃສ່ GPS ທີ່ຝັງໄດ້.

VPNs ໂດຍທົ່ວໄປແມ່ນໃຫ້ການປົກປ້ອງທີ່ສໍາຄັນ, ໂດຍສະເພາະຈາກການເຝົ້າລະວັງທາງອິນເຕີເນັດ, ແຕ່ກໍມີຄວາມສ່ຽງຕໍ່ການດໍາເນີນງານອອນລາຍຢູ່ສະເໝີ. ເຖິງແມ່ນວ່າຈະໃຊ້ VPN ແລ້ວກໍຕາມ, ຫາກ ISP ຮັບຮູ້ເຖິງຕົວຕົນຂອງທ່ານແລ້ວ ແລະ ສາມາດສັງເກດທຣາບຟິກເຄືອຂ່າຍຂອງທ່ານໄດ້, ISP ກໍອາດຈະລະບຸທີ່ຢູ່ IP ຂອງເຊີບເວີ Outline ຂອງທ່ານໄດ້ນຳ. ເຊິ່ງຂໍ້ມູນນີ້ອາດນຳໄປໃຊ້ເພື່ອບລັອກການເຂົ້າເຖິງເຊີບເວີ Outline ຫຼື ຮຽນຮູ້ຮູບແບບການນຳໃຊ້ ເຊັ່ນ: ເວລາທີ່ທ່ານມັກຈະອອນລາຍ ແລະ ອາດໃຊ້ຊອກຫາສະຖານທີ່ຂອງທ່ານໂດຍການປະເມີນໄດ້ອີກດ້ວຍ.

ມີໃຜສາມາດບອກໄດ້ບໍ່ວ່າຂ້ອຍກຳລັງໃຊ້ Outline ຢູ່?

ເປັນໄປໄດ້. ແພລດຟອມ ແລະ ບໍລິການທີ່ທ່ານເຂົ້າເຖິງມັກຈະບອກໄດ້ວ່າການເຊື່ອມຕໍ່ຂອງທ່ານມາຈາກເຊີບເວີຄລາວ. ເຊິ່ງກໍອາດຈະຄາດເດົາໄດ້ໃນບາງເທື່ອວ່າທ່ານກຳລັງໃຊ້ VPN, ແຕ່ເຂົາເຈົ້າຈະບໍ່ສາມາດເຫັນເນື້ອຫາຂອງທຣາບຟິກອິນເຕີເນັດຂອງທ່ານໄດ້.

Outline ຈະຊ່ວຍປົກປ້ອງຂ້ອຍຈາກໄພຂົ່ມຂູ່ທາງໄຊເບີທີ່ອາດເກີດຂຶ້ນທັງໝົດຫຼືບໍ່?

ບໍ່. ບໍ່ມີເຄື່ອງມືໃດທີ່ຈະຊ່ວຍປົກປ້ອງທ່ານຈາກໄພຂົ່ມຂູ່ທາງໄຊເບີທີ່ອາດເກີດຂຶ້ນທັງໝົດໄດ້. ແຕ່ Outline ຈະຊ່ວຍໃຫ້ທ່ານເຂົ້າເຖິງອິນເຕີເນັດແບບເປີດ ແລະ ເພີ່ມຄວາມເປັນສ່ວນຕົວຂອງທ່ານໄດ້ໂດຍການເຂົ້າລະຫັດການເຂົ້າເບິ່ງຂອງທ່ານ, ແຕ່ພວກເຮົາຂໍແນະນຳໃຫ້ທ່ານລະມັດລະວັງເພີ່ມເຕີມເພື່ອປົກປ້ອງຕົວທ່ານເອງຈາກການໂຈມຕີປະເພດອື່ນໆ ເຊັ່ນ: ເມົາແວ ແລະ ການຫຼອກເອົາຂໍ້ມູນ.

ເພື່ອເສີມສ້າງການປ້ອງກັນທາງອອນລາຍຂອງທ່ານ, ກະລຸນາພິຈາລະນາການເຮັດວຽກຮ່ວມກັບຜູ້ຊ່ຽວຊານດ້ານຄວາມປອດໄພທາງໄຊເບີຂອງອົງກອນຂອງທ່ານ. ຫຼື ທ່ານສາມາດຮັບຄຳແນະນຳທີ່ປັບແຕ່ງສ່ວນຕົວຈາກຜູ້ຊ່ຽວຊານດ້ານຄວາມປອດໄພຊັ້ນນຳໄດ້ຢູ່ Security Planner, ເຊິ່ງເປັນເວັບໄຊທີ່ສ້າງມາເພື່ອໃຫ້ຄຳແນະນຳທີ່ຊັດເຈນແກ່ທ່ານໃນການເລືອກເຄື່ອງມືຄວາມປອດໄພທາງໄຊເບີທີ່ເໝາະສົມກັບຄວາມຕ້ອງການຂອງທ່ານ.

ທ່ານຍັງສາມາດເບິ່ງຜະລິດຕະພັນຄວາມປອດໄພທາງໄຊເບີອື່ນໆໄດ້ຈາກ Jigsaw ເຊັ່ນ: Intra, Project Shield ແລະ ການເຕືອນລະຫັດຜ່ານ.

ການໃຊ້ VPN ຖືກກົດໝາຍຫຼືບໍ່?

ກ່ອນໃຊ້ Outline ຫຼື ແອັບດັ່ງກ່າວ, ກະລຸນາກວດສອບກົດໝາຍ ແລະ ກົດລະບຽບໃນພື້ນທີ່ຂອງທ່ານ, ຮວມທັງຂໍ້ກຳນົດບໍລິການຂອງຜູ້ໃຫ້ບໍລິການຄລາວທີ່ທ່ານວາງແຜນທີ່ຈະໃຊ້.